ໂຄງການຕອບສະໜອງໄຟຟ້າໃຫ້ແກ່ຄອບຄົວຜູ້ທຸກຍາກ ( P2P ) ແມ່ນໜື່ງໃນບັນດາໂຄງການທີ່ນອນຢູ່ແຜ່ນລົບລ້າງຄວາມທຸກຍາກ.ຂອງ ສປປລາວ. ແຕ່ນີ້ຮອດປີ 2020 ໃຫ້ໄດ້ 90% ໃນການຊົມໃຊ້ໄຟຟ້າ.


ໂຄງການ power to the poor ( P2P ) ແມ່ນໂຄງການຕົວຢ່າງ ( pilot project ) ການຕອບສະໜອງໄຟຟ້າໃຫ້ແກ່ຄອບຄົວຜູ້ທີ່ບໍ່ມີໂອກາດ ແລະ ເງື່ອນໄຂສະດວກ ໃນການຊຳລະມູນຄ່າ ເອົາໄຟຟເຂົ້າເຮືອນດ້ວຍຕົນເອງໝົດເທື່ອດຽວ. ໂຄງການນີ້ ຈຶ່ງດຳເນີນ ນະໂຍບາຍ ໃນການຊຳລະແບບຈ່າຍຜ່ອນ ເດືອນລະ 20,000 ກີບ ເປັນໄລຍະ 35 ເດືອນ ໃນວົງເງີນ 700,000 ກີບ ໂດຍບໍ່ມີດອກເບັ້ຍ.ໂດຍໄດ້ຮັບການສະນັບສະໜູນ ຈາກ ທະນາຄານໂລກ ( world Bank ) ແລະ ໄຟຟ້າລາວ( EDL ) ໃນບ້ວງເງີນ 60.000 U$ ໃນນັ້ນ ໄດ້ມອບໃຫ້ ລັດວິສາຫະກິດກໍ່ສ້າງແລະຕິດຕັ້ງໄຟຟ້າ ( ECI ) ເປັນຜູ້ຈັດ ຕັ້ງປະຕິບັດ ພາຍໃຕ້ສັນຍາ ເລກທີ 610/ ກຕຟ ລົງວັນທີ 21 /10 /2008. ໃນຂອບເຂດການດຳເນີນງານ 60 ວັນ ໃນບ້ວງເງີນ 394.526.549 ກີບ ໃຊ້ເຂົ້າໃນໝູ່ບ້ານທີ່ຖືກຄັດເລືອກ ເຊິ່ງໄດ້ເລືອກເອົາ 7 ເມືອງ 20 ບ້ານ 468 ຄອບຄົວ ຂອງແຂວງຈຳປາສັກເປັນແຂວງທົດລອງ ລາຍລະອຽດດັ່ງລຸ່ມນີ້:
- ເມືອງ ຊະນະສົມບູນ ມີ 4 ບ້ານ
- ເມືອງ ປາກຊ່ອງ ມີ 1 ບ້ານ.
- ເມືອງ ປະທຸມພອນ ມີ 4 ບ້ານ.
- ເມືອງ ໂພນທອງ ມີ 2 ບ້ານ.
- ເມືອງ ສຸຂຸມາ ມີ 3 ບ້ານ.
- ເມືອງ ມຸນລະປະໂມກ ມີ 2 ບ້ານ.
- ເມືອງໂຂງ ມີ 4 ບ້ານ.
ລວມ ມີ 20 ບ້ານ. ຕິດຕັ້ງສຳເລັດແລ້ວ 100% ປະຊາຊົນໄດ້ໃຊ້ໄຟຟ້າທັງໝົດ 537 ຄອບຄົວ.
ໂຄງການດັ່ງກ່າວກໍ່ຍັງສືບຕໍ່ປະຕິບັດໃນອິກ 2 ແຂວງ ຄື: ແຂວງ ຄຳມ່ວນ ແລະ ແຂວງ ສະຫວັນນະເຂດ ເຊີ່ງໄດ້ມີການລົງສຳຫຼວດຂໍ້ມູນ ພ້ອມທັງ ເຮັດສັນຍາ ກັບຄອບຄົວ ທີ່ຈະເອົາໄຟຟ້າເຂົ້າໃນໂຄງການສຳເລັດ , ສະເພາະແຂວງ ຈຳປາສັກ ເຊີ່ງວ່າໃນ 20 ບ້ານ ທີ່ຈັດຕັ້ງເປັນໂຄງການຕົວຢ່າງ ນັ້ນສຳເລັດແລ້ວ ແລະ ສືບຕໍ່ ປະຕິບັດຕື່ມອິກ ຄື: ງວດທີ 2
- ເມືອງ ບາຈຽງ ມີ 4 ບ້ານ
- ເມືອງ ປາກຊ່ອງ ມີ 4 ບ້ານ
- ເມືອງ ໂພນທອງ ມີ 1 ບ້ານ.
- ເມືອງ ຈຳປາສັກ ມີ 4 ບ້ານ.
- ເມືອງ ສຸຂຸມາ ມີ 1 ບ້ານ.
- ເມືອງ ໂຂງ 5 ບ້ານ
ລວມ ມີ 19 ບ້ານ.
ໃນນັ້ນ ສຳຫຼວດ ແລະ ຕິດຕັ້ງສຳເລັດ ປະຊາຊົນໄດ້ຊົມໃຊ້ໄຟແລ້ວ 597 ຄອບຄົວ .ໃນຈຳນວນຄອບຄົວທັງໝົດ 597 ຄອບຄົວ ເທົ່າກັບ 100% .
ງວດທີ 3
- ເມືອງ ຊະນະສົມບູນ ມີ 5 ບ້ານ
- ເມືອງ ໂພນທອງ ມີ 2 ບ້ານ
- ເມືອງ ປະທຸມພອນ ມີ 2 ບ້ານ
ງວດທີ 3 ສຳຫຼວດ ແລະ ເຮັດສັນຍາແລ້ວ 318 ຫຼັງຄາເຮືອນ ແລະ ກຳລັງຈະຕິດຕັ້ງ
ຄວາມຄືບໜ້າວຽກ P2P ສາຂາແຂວງ ຈຳປາສັກ
ລວມ 48 ບ້ານ , 66 ຄຸ້ມ , 1,452 ຫລັງຄາ , ຕິດຕັ້ງແລ້ວ 1,134 ຫລັງຄາ
ເປີເຊັນລວມເທົ່າກັບ 78.10% ອັບເດດທີ 13/07/2009
Recent Comments