ລັດວິສາຫະກິດໄຟຟ້າລາວ
ໂຄງການຂະຫຍາຍໄຟຟ້າຊົນນະບົດ
ໂຄງການຂະຫຍາຍໄຟຟ້າຊົນນະບົດພາກໃຕ້ REP I ແມ່ນໂຄງການນື່ງທີ່ນອນໃນບັນດາຫລາຍໆໂຄງການຂອງລັດວິສາຫະກິດໄຟຟ້າລາວ ກໍ່ຄື ຂອງ ລັດ ຖະບານທີ່ໄດ້ແນໃສ່ເພື່ອພັດທະນາ ແລະຂະຫຍາຍໄຟຟ້າລົງສຼ່ຊົນນະບົດເພື່ອແນໃສ່ ແລະ ເຮັດໃຫ້ຊີວິດການເປັນຢູ່ຂອງພໍ່ ແມ່ ປະຊາຊົນ ດີຂື້ນ , ໂຄງການ REP I ໄດ້ຮັບເງີນກູ້ຢືມ 20% ແລະ ຊ່ວຍເຫຼືອ 80% ຈາກທະນາຄານໂລກ (World Bank) , NORAD , GEF , ຮ່ວງເງີນນ້ຳເທີນ 2 ນຳໃຊ້ໃນການກໍ່ສ້າງ ສາຍສົ່ງ 1 Km , ສະຖານີ 115/22 kV ມະຫາໄຊ , ແລະ ເງີນສົມທົບຈາກ ໄຟຟ້າລາວ ລວມມູນຄ່າການກໍ່ສ້າງ 36.27 ລ້ານໂດລາ. ກວມເອົາ 7 ແຂວງ ພາກໃຕ້ ຄື: ແຂວງ ບໍລິຄຳໄຊ, ແຂວງ ຄຳມ່ວນ, ແຂວງ ສະ ຫວັນນະເຂດ, ແຂວງ ສາລະວັນ, ແຂວງ ເຊກອງ, ແຂວງ ຈຳປາສັກ ແລະ ແຂວງ ອັດຕະປື. ຫນ້າວຽກລວມມີຕາຂ່າຍແຮງກາງ 22 kV ຍາວ 1,447 km; ຕາຂ່າຍແຮງ ຕ່ຳ 0.4 kV ຍາວ 1,059 km. ພາຍຫລັງການກໍ່ສ້າງສຳເລັດສາມາດ ຂະຫຍາຍໄຟຟ້າໃຫ້ປະ ຊາຊົນໄດ້ ຈຳນວນ 42,295 ຄົວເຮືອນ ໃນ 545 ຫມູ່ບ້ານ. ເຊີ່ງມີໄລຍະການປະຕິຍັດໂຄງການ ແຕ່ປີ 2005 – 2009 ແລະ ຄາດວ່າຈະສຳເລັດໃນ ທ້າຍປີ 2009 ນີ້.
ໂຄງການຂະຫຍາຍໄຟຟ້າຊົນນະບົດ ໄດ້ເລີ່ມເກັບກຳຂໍ້ມູນມາແຕ່ປີ 2005 ເປັນຕົ້ນມາ ຈົນມາຮອດ ຕົ້ນປີ 2007 ແມ່ນໄດ້ເລີ່ມລົງມືກໍ່ສ້າງ ເຊີ່ງ ແມ່ນ ລັດວິສາຫະກິດ ກໍ່ສ້າງ ແລະ ຕິດຕັ້ງໄຟຟ້າ ເປັນຜູ້ຮັບເໝົາການກໍ່ສ້າງ ເຊີ່ງ ມີໜ້າວຽກຕ່າງໆດັ່ງນີ້:
ຂັ້ນຕອນການດຳເນີນງານຂອງໂຄງການ
ການປະເມີນໜ້າວຽກຂອງໂຄງການ
- ສັງລວມລາຍຊື່ໝູ່ບ້ານທີ່ບໍ່ທັນມີໄຟທັງໝົດໃນແຂວງ ໂດຍການສົມທົບກັບພະແນກ ພະລັງງານ ແລະ ບໍ່ແຮ່
- ຈັດຕັ້ງກອງປະຊຸມວິສາມັນຂື້ນ ໂດຍມີ ພະແນກ ພະລັງງານ ແລະ ບໍ່ແຮ່ ແຂວງ, ເມືອງ ບ້ານ ແລະ ພາກສ່ວນອອ້ມຂ້າງເຂົ້າຮ່ວມ ປືກ ສາຫາລື
- ຂອບເຂດຂອງໂຄງການທີ່ຜ່ານມາ ແລະ ຈະຂະ ຫຍາຍ ໃນ ຕໍ່ໜ້າ ເຊີ່ງທັງສອງໂຄງການຈະຕ້ອງສອດຄ່ອງ ແລະ ຕໍ່ເນື່ອງກັນໂດຍ ກວດ ໃສ່ກັບ ແຜນທີ່ ທີ່ໄດ້ບັນທືກຂໍ້ມູນໄວ້ໃນ ແຕ່ ລະໂຄງການ ທີ່ປະຕິບັດຜ່ານມາ
- ເປັນບ້ານທີ່ມີເສດຖະກິດດີໃນຂອບເຂດປີທີ່ຈະດຳເນີນໂຄງການ
- ການກໍ່ສ້າງຕາຂ່າຍໄຟຟ້າເຂົ້າຮັບໃຊ້ຈະສາມາດຊ່ວຍຫຍັງໄດ້ແດ່ ?
- ສະເໜີເຂດທີ່ມີປະສິດທິພາບຫລາຍກວ່າແຕ່ປະຍັດລາຍຈ່າຍ
- ເປັນເຂດເສດຖະກິດ , ອຸດສະຫະກຳ , ເຂດກະສິກຳ
- ເຂດຈຸດສູມຂອງ ແຂວງ ຫຼື ເຂດທີ່ນອນໃນໂຄງການຂອງລັດຖະບານຂອງແຂວງທີ່ກຳລັງຂໍງົບປະມານ
- ເຂດຊົນຊາດຊົນເຜົ່າຫ່າງໄກສອກຫຼິກ ຫຼືບ້ານອົບພະຍົບ
- ເຂດການທ່ອງທ່ຽວ , ວັດຖຸບູຮານ ຫລື ເຂດອະນຸລັກຕ່າງໆ
ຫລັງຈາກທີ່ພະແນກພະລັງງານ ແລະ ບໍແຮ່ , ແລະ ພາກສ່ວນອອ້ອຂ້າງເຫັນດີ ເປັນເອກະພາບກັນ ຄັດເລືອກເອົາບ້ານທີ່ເໝາະສົມແລ້ວ , ທາງໄຟຟ້າລາວ ຈິ່ງໄດ້ສົ່ງວິຊາການລົງສົມທົບ ກັບອຳນາດການປົກຄອງທ້ອງຖີ່ນ ໃນການເກັບກຳຂໍ້ມູນຕ່າງໆ
ຂໍ້ມູນຕ່າງໆທີ່ທາງໄຟຟ້າລາວເກັບກຳມີດັ່ງນີ້:
ຂໍ້ມູນທາງດ້ານເຕັກນິກ
- ຈຳນວນບ້ານ, ລະຫັດບ້ານ, ເມືອງ, ແຂວງ.
- ຈຳນວນຫຼັງຄາເຮືອນ
- ໄລຍະທາງ 22 ກວ, 0,4 ກວ, ຈຳນວນໝໍ້ແປງ ຂະໜາດໝໍ້ແປງ ແລະ ຂະໜາດສາຍ
ຂໍ້ມູນດ້ານເສດຖະກິດ-ສັງຄົມ
- · ຈຳນວນຊົນຊາດ, ຊົນເຜົ່າ, ໂຮງຮຽນ, ໂຮງໝໍ, ວັດ, ໂຮງເລື່ອຍ, ໂຮງສີເຂົ້າ, ຊົນລະປະທານ.
ຂໍ້ມູນດ້ານສະພາບແວດລ້ອມ
- ດີນນາ, ດີນສວນ, ດີນປ່າເລົ່າ, ດີນປຸກສ້າງ, ປ່າສະຫງວນ, ປ່າສັກສິດ, ເຮືອນ, ຕົ້ນໄມ້ ທີ່ແລວຕາຂ່າຍຈະຜ່ານ ຕະຫຼອດຮອດຖະໜົນ ຫົນທາງ
- ຖາມຄວາມເຫັນຕ່າງໆ ແລະ ປືກສາຫາລືກ່ຽວກັບຄວາມພໍໃຈ ທີ່ແລວສາຍໄຟຜ່ານ ຫຼື ກໍລະນີເສົາໄຟຕັ້ງຈຸດດັ່ງກ່າວ ແລະ ຄ່າຊົດ ເຊີຍ
ສີ່ງທີ່ກ່າວມາຂ້າງເທີງ ແມ່ນ ສ່ວນນື່ງໃນການ ສຳຫຼວດຂໍ້ມູນເບື້ອງ ຕົ້ນໃນການ ທີ່ຈະຂະຫຍາຍໄຟຟ້າລົງສູ່ຊົນນະບົດ ເພື່ອແກ້ໄຂບັນຫາ ຊີວິດການ ເປັນຢູ່ ຂອງປະ ຊາຊົນໃຫ້ດີຂື້ນກ່ວາເກົ່າເຊິ່ງຍາມໃດ ພັກ-ລັດ ເພີ່ນກໍ່ໃດ້ເອົາໃຈໃສ່
ໂຄງການຂະຫຍາຍໄຟຟ້າຊົນນະບົດພາກໃຕ້ ໄລຍະ 1
RURAL ELECTRIFICATION PHASE I PROJECT
ບົດສະຫຼຸບໂຄງການຂະຫຍາຍໄຟຟ້າຊົນນະບົດພາກໃຕ້ REP I
ປະຈຳເດືອນ 05 ປີ 2009
ການດຳເນີນການປະຕິບັດໂຄງການ ຢູ່ໃນເດືອນ 1-5/2009
ໂຄງການຂະຫຍາຍໄຟຟ້າຊົນນະບົດພາກໃຕ້ ໄລຍະ 1
RURAL ELECTRIFICATION PHASE I PROJECT

