ໂຄງການຂະຫຍາຍໄຟຟ້າຊົນນະບົດພາກໃຕ້ ໄລຍະ 1
RURAL ELECTRIFICATION PHASE I PROJECT
ບົດສະຫຼຸບໂຄງການຂະຫຍາຍໄຟຟ້າຊົນນະບົດພາກໃຕ້ REP I
ປະຈຳເດືອນ 06 ປີ 2009
ຄວາມຄືບໜ້າຂອງໂຄງການມາຮອດເດືອນມິຖຸນາ ເຫັນວ່າການກໍ່ສ້າງຂອງ ກຕຟ ມີຄວາມຄືບໜ້າຫຼາຍສົມຄວນ , ປະຈຸບັນກຳລັງກະກຽມສະຫຼຸບ ອຸປະກອນ ແລະ ປະກອບເອກະສານຕ່າງໆ ເພື່ອຈະໄດ້ລາຍງານໃຫ້ຜູ້ໃຫ້ທືນ.
ບໍລິມາດວຽກ ທັງໝົດທີ່ ປະຕິບັດໄດ້ຮອດເດືອນ 06 ປີ 2009
ສັນຍາການຮັບເໝົາກໍ່ສ້າງລະບົບຕາຂ່າຍແຮງກາງ,ແຮງຕ່ຳ ແລະ ຕິດຕັ້ງໝໍ້ແປງ(ECI)
ບັນດາໜ້າວຽກທີ່ປະຕິໄດ້ ມາຮອດປະຈຸບັນ 87.66%
ສຳລັບສັນຍາຕ່າງໆ 

- ສັນຍາຮັບເໝົາກໍ່ສ້າງສະຖານີ-ສາຍສົ່ງ 115/22 ກວ ມະຫາໄຊ (MS & TL)
• ພາກຕິດຕັ້ງອຸປະກອນ 22 ກວ ແລະ 115 ກວ ເທົ່າກັບ 99%
• ພາກສາຍສົ່ງ 115 ກວ ລວງຍາວຕາຂ່າຍ 1.3 Km , ເສົາສານ 4 ຕົ້ນ ເທົ່າກັບ 100%
ໝາຍເຫດ : ຍັງພາກ PABX ລໍຖ້າຝ່າຍວິຊາການ ເທີນ 2 ມາເພື່ອກວດກາຮ່ວມກັບທັງສອງສະຖານີ ຄິດໄລ່ເປີເຊັນລວມຂອງໂຄງການ ເທົ່າກັບ 99% - ໃນວັນທີ 21/06/2009 , ໄດ້ປ່ອຍໄຟ 115 ກວ ເພື່ອອຸ່ນອຸປະກອນ ພາກສະຖານີຕາມແຜນການແມ່ນປະມານ 72 ຊົ່ວໂມງ ຈິ່ງຈະມອດໄຟເພື່ອກວດເຊັກອຸປະກອນຄືນ.
- ສັນຍາ REPI-NORAD 1
ໄດ້ຮັບເຄື່ອງເກືອບທັງໝົດແລ້ວ ແລະໃນປະຈຸບັນນີ້ ຄູ່ສັນຍາໄດ້ສໍາເລັດການຈັດສົ່ງ ໝໍ້ແປງໄຟຟ້າ ຍັງເຫຼືອແຕ່ 2ໜ່ວຍທີ່ Test ບໍ່ຜ່ານ ຂອງສາຂາແຂວງສາລະວັນແລະເຊກອງ ສ່ວນການຈັດສົ່ງລົດຈັກແມ່ນສໍາເລັດແລ້ວ.
ໄດ້ຈ່າຍເງິນ 10% ໃຫ້ຄູ່ສັນຍາແລ້ວສຳຫຼັບອຸປະກອນຕາຂ່າຍ ແລະ ໄດ້ຈ່າຍ 90% ຄ່າລົດຈັກ ເທົ່າກັບ 98.37 ຂອງມູນຄ່າ ສັນຍາທັງໝົດ
ວຽກກໍ່ສ້າງສາຍສົ່ງ 115 ກວ ມະຫາໄຊ – ໂຮງງານຊີມັງ – ສະຖານີທ່າແຂກ
• ເຊັນສັນຍາໃນວັນທີ 29/05/2008
• ໄດ້ສົ່ງໄຟຟ້າ 115 kV ຈາແຂກ ຜ່ານໂຮງງານຊີມັງ ແລະຜ່ານສາຍສົ່ງ 115 kV (ເສົາຊີມັງໃໝ່) ໄປຫາສະຖານີ ມະຫາໄຊ ໃນວັນທີ 1-5-2009 ແລະສົ່ງຕໍ່ໄປຍັງ ສະຖານີ ນ້ຳເທີນ 2 ໃນວັນທີ 8-5-09
• ໄດ້ມີການຕໍ່ Main Bus ໃນວັນທີ 01/05/2009 , ແລະ ສົ່ງຕໍ່ໄປຍັງສະຖານີນ້ຳເທີນ 2 ໃນວັນທີ 21/6 /09.
• ປະຈຸບັນແມ່ນຊ່ວງລໍຖ້າ Pelton 1.2 ຈາກນ້ຳເທີນ 2 Commissioning ກ່ອນ ຈຶ່ງຈະສືບຕໍ່ ເພາະວ່າລໍຖ້າ
• ໄຟຈາກນ້ຳເທີນ 2 ມາລ້ຽງໂຮງງານຊີມັງ ແລ້ວຈຶ່ງຈະດຶງສາຍຊ່ວງ ສະຖານີທ່າແຂກ-ໂຮງງານຊີມັງ Line 2 ລວມທັງໝົດໂຄງການສຳເລັດແລ້ວ 84 %
- ໂຄງການ REP II
ກະກຽມຂໍ້ມູນ REP II ໄດ້ 100% ແລະ ໄດ້ສົ່ງຂໍ້ມູນໃຫ້ທາງທະນາຄານໂລກ ກ່ຽວກັບບໍລິມາດວຽກ ແລະ ປະເມີນມູນຄ່າຂອງໂຄງການ, ແຈ້ງຕອບກັບ WB ກ່ຽວກັບການຂໍກູ້ຢືມເງິນຈາກ IFC ຈຳນວນ 15M$ ໃນວັນທີ 20-5-09 IFC ໄດ້ສົ່ງ Man date letter ໃຫ້ EDL ແລ້ວໃນວັນທີ 18 /6 /09 ຄະນະກຳມະການກຳລັງສືກສາເບີ່ງເງື່ອນໄຂຕ່າງໆ
- Aus AID Trust Fund
• ໄດ້ສົ່ງ Bidding Document ໃຫ້ WB 05/06/2008.
• ໄດ້ຮັບ Comment ຈາກທະນາຄານໂລກ ໃນການດັດແກ້ Bidding document ແລະທາງ
• ດ້ານ ເຕັກນິກ ຂອງອຸປະກອນໄຟຟ້າ ວັນທີ 24/03/2009.
• ໄດ້ດັດແກ້ຊອງປະມູນ ແລະສົ່ງໃຫ້ WB ເພື່ອຂໍ NL ໃນການປະມູນແລ້ວ ໃນວັນທີ 16-5-09.
• ຕາມການມາ Mission REP I. WB ໄດ້ແຈ້ງໃຫ້ວ່າຈະໃຫ້ NOL ໃນໄວໆນີ້
- Power to the Poor
• ໂຄງການ p2p ແມ່ນກວມເອົາ 7ແຂວງພາກໃຕ້ ເຊິ່ງການປະຕິບັດໂຄງການເບື້ອງຕົ້ນ ເອົາແຂວງ
• ຈຳປາສັກ ເປັນ pilot project, ບ້ານຕົວຢ່າງ 20 ບ້ານ ເຊີ່ງໄດ້ປະຕິບັດ ເລີ່ມແຕ່ວັນທີ 3-11-08
• ຮອດວັນທີ 6-2-09 ສຳເລັດ 100% ໃນຂອບເຂດ 7 ເມືອງ , 20 ບ້ານ, 537 ຫຼັງຄາເຮືອນ
• ຟຟລ ສາຂາແຂວງຈຳປາສັກ. ໄດ້ຈ່າຍເງິນໃຫ້ ກຕຟ ແລ້ວທັງໝົດ 373,737,529 ກີບ ທຽບເທົ່າກັບເງິນຕຣາ 44,200
• ໂດລາ, ຮອດປະຈຸບັນໄດ້ເກັບກູ້ເງິນໃຊ້ຄືນ ຈາກຜູ້ຊົມໃຊ້ (ຕາມນະໂຍບາຍ 20,000 ກີບຕໍ່ເດືອນ)
• ໄດ້ແລ້ວ 40,520,000 ກີບ ສົມທຽບກັບເງິນຕຣາ 4,800 ໂດລາ
• ທະນາຄານໂລກ ໄດ້ສືບຕໍ່ອະນຸມັດ ການປະຕິບັດໂຄງການ ໃນຈໍານວນ 120 ບ້ານ, 1,800 ຫຼັງຄາ
• ເຮືອນ ໃນຂອບເຂດ 3 ແຂວງຄື ແຂວງ ຄຳມ່ວນ, ສະຫວັນນະເຂດ ແລະ ຈຳປາສັກ.
• ປະຈຸບັນໄດ້ລົງເຜີຍແຜ່ ແລະເຮັດສັນຍາ ເອົາໄຟເຂົ້າເຮືອນ ໄດ້ 115 ບ້ານ, 2370 ຫຼັງຄາເຮືອນ.
• ຕິດຕັ້ງໄຟຟໃນເຮືອນໄດ້ 386 ຫຼັງຄາເຮືອນ
ລວມທັງໝົດໂຄງການ P2P (Pilot project) ປະຕິບັດໄດ້ 62 %. ດາວໂຫລດໄຟລ໌ ລາຍລະອຽດ
ບົດສະຫຼຸບໂຄງການຂະຫຍາຍໄຟຟ້າຊົນນະບົດພາກໃຕ້ REP I
ປະຈຳເດືອນ 05 ປີ 2009
ໂຄງການ REP I ໄດ້ຮັບເງິນກູ້ຢືມ 20% ແລະເງິນຊ່ວຍເຫຼືອລ້າ 80% ຈາກທະນາຄານໂລກ (World bank) Grant No.IDA H218-LA, Norad, GEF, ຮ່ວງເງິນນ້ຳເທີນ 2 ນຳໃຊ້ໃນການກໍ່ສ້າງ ສາຍສົ່ງ 1 ກມ, ສະຖານີ 115/22 ກວ ມະຫາໄຊ, ແລະກໍ່ສ້າງສາຍສົ່ງວົງຈອນຄູ່ເສົາຊີມັງ 115 kV ສະຖານີມະຫາໄຊ – ໂຮງງານຊີມັງ – ສະຖານີທ່າແຂກ ທີມີຄວາມຍາວ 48 ກມ ທືນແມ່ນຜູ້ຮັບເຫົມາກໍ່ສ້າງໃຫ້ກ່ອນ ແລ້ວຟຟລ ຈື່ງຊອກແຫລ່ງທືນມາທົດແທນ ແລະເງິນທຶນສົມທົບຈາກ ຟຟລ ຈໍານວນຫນື່ງ ເຊີ່ງມີໄລຍະການປະຕິບັດໂຄງການ ແຕ່ປີ 2006 ຫາປີ 2010. ໂຄງການນີ້ ປະກອບມີ ການຈັດຊື້ອຸປະກອນຕາຂ່າຍໄຟຟ້າ ແລະ ການກໍ່ສ້າງລະບົບ ຕາຂ່າຍໄຟຟ້າແຮງກາງ, ແຮງຕ່ຳ, ຕິດຕັ້ງໝໍ້ແປງ ແລະ ຕິດຕັ້ງໄຟໃນເຮືອນ ຢູ່ບັນດາ ສາຂາ 7 ແຂວງພາກໃຕ້
ບົດສະຫຼຸບປະຈຳເດືອນ 5/2009 ດາວໂຫລດໄຟລ໌ ລາຍລະອຽດ



